ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລາຍ​ຮັບ-ລາຍ​ຈ່າຍ​ສາກົນ​ຂອງ​ຈີນ​ໃນ​ປີ 2023 ມີ​ຄວາມ​ດຸນ​ດ່ຽງ​ໂດຍ​ພື້ນຖານ

     ສຳນັກ​ຂ່າວ​ຊີນ​ຮວາ​ລາຍ​ງານ​ໃນ​ວັນ​ທີ 19 ກຸມພາ 2024 ຜ່ານ​ມາ​ນີ້​ວ່າ: ກົມ​ຄຸ້ມ​ຄອງ​ເງິນຕາ​ຕ່າງປະເທດ​ແຫ່ງ​ຊາດ​ຈີນ​ ໄດ້​ເຜີຍແຜ່​ຕົວ​
ເລກ​ຂໍ້​ມູນ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ລາຍ​ຮັບ-ລາຍ​ຈ່າຍ​ ສາກົນ​ໃນ​ໄຕ​ມາດ​ທີ 4 ປີ 2023  ແລະ ລາຍ​ຮັບ-ລາຍ​ຈ່າຍ​ສາກົນ​ໝົດ​ປີ 2023 ຂອງ​ຈີນ.

     ທ່ານ ​ນາງ ຫວາງ ຊູນ​ຢີ່ງ ຮອງ​ຫົວໜ້າ​ທັງ​ເປັນ​ໂຄສົກ​ກົມ​ຄຸ້ມ​ຄອງ​ເງິນຕາ​ຕ່າງປະເທດແຫ່ງ​ຊາດ​ຈີນ​ກ່າວ​ວ່າ: ໃນ​ປີ 2023  ລາຍ​ຮັບ-ລາຍ​
ຈ່າຍ​ສາກົນ​ຂອງ​ຈີນ ໄດ້​ຮັກສາ​ຄວາມ​ດຸນ​ດ່ຽງ​ໂດຍ​ພື້ນຖານ. ໃນ​ປີ 2023, ເສດຖະກິດ​ຈີນ ໄດ້​ຮັບ​ການ​ຟື້ນ​ຟູ​ຢ່າງ​ຕໍ່​ເນື່ອງ, ຄວາມ​ໜຽວ​ແໜ້ນ
​ດ້ານ​ການ​ຄ້າ​ຕໍ່​ຕ່າງປະເທດ ໄດ້​ຮັບ​ການ​ເພີ່ມ​ຂຶ້ນ, ການ​ຂະຫຍາຍຕົວ​ທາງ​ດ້ານ​ສິນຄ້າ​ຂາ​ເຂົ້າ-ຂາ​ອອກ ໄດ້​ເພີ່ມ​ຂຶ້ນ​ຕໍ່​ເນື່ອງ​ໃນ​ໄຕ​ມາດ, ເຊິ່ງ​ເປັນ
​ການ​ຄ້ຳ​ຊູ​ຕໍ່​ການ​ຮັກສາ​ສົມ​ດຸນ​ການ​ຄ້າ​ທີ່​ມີ​ຂະໜາດ​ໃຫຍ່​ສົມຄວນ​ຂອງ​ຈີນ.  ເມື່ອ​ກ້າວ​ເຂົ້າ​ສູ່​ປີ 2024, ເງື່ອນໄຂ​ທີ່​ມີ​ຜົນ​ດີ​ໃນ​ການ​ພັດທະນາ
​ຂອງ​ຈີນ​ແມ່ນ​ມີ​ຫຼາຍ​ກວ່າ​ປັດ​ໄຈ​ທາງ​ລົບ, ທ່ວງ​ທ່າ​ພື້ນຖານ​ທີ່​ມີ​ທ່າ​ອ່ຽງ​ຟື້ນ​ຟູ​ໄປ​ໃນທິດ​ທາງ​ທີ່​ດີ ແລະ ຈະ​ເປັນ​ໄປ​ໃນ​ແງ່​ທີ່​ດີ​ໃນ​ໄລຍະ​ຍາວ​
ໂດຍ​ບໍ່​ປ່ຽນແປງ.

     ຕາມ​ການ​ຄາດຄະເນ​ໂດຍ​ທົ່ວ​ໄປ​ຂອງ​ຕະຫຼາດ​ໃຫ້​ຮູ້​ວ່າ: ທະນາຄານ​ກາງຂອງ​ອົງ​ກອນ​ເສດຖະກິດ​ທີ່​ພັດທະນາ​ຕົ້ນຕໍ ຈະ​ເຂົ້າ​ສູ່​ໄລຍະ​ປັບ​
ຫຼຸດ​ດອກ​ເບ້ຍ​ລົງ, ເງື່ອນໄຂ​ດ້ານ​ການ​ທະນາຄານ​ພາຍ​ນອກ​ຈະ​ມີ​ທ່າ​ອ່ຽງ​ຜ່ອນຄາຍ​ກວ່າ​ເກົ່າ. ຄຽງ​ຄູ່​ກັບ​ສະພາບ​ແວດ​ລ້ອມ​ທັງ​ພາຍ​ໃນ ແລະ
ພາຍ​ນອກ​ທີ່​ດີ​ຂຶ້ນ​ໂດຍ​ລວມ, ລາຍ​ຮັບ-ລາຍ​ຈ່າຍ ​ສາກົນ​ຂອງ​ຈີນ​ແມ່ນ​ມີ​ພື້ນຖານ ແລະ ເງື່ອນໄຂ​ພັດທະນາ​ຫຼາຍ​ກວ່າ​ເກົ່າ​ໃນ​ການ​ຮັກສາ​ຄວາມ
ດຸນ​ດ່ຽງ​ໂດຍ​ພື້ນຖານ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 22/02/2024